ວິໄສທັດ / ນະໂຍບາຍຄຸນນະພາບ
ບໍລິສັດ ຜະລິດສາຍໄຟຟ້າວັດທະນາ ຈໍາກັດ ດໍາເນີນການຢ່າງຕໍ່ເນື່ອງ ແລະເຄັ່ງຄັດໃນທຸກໆ ຂັ້ນຕອນການຜະລິດ ໂດຍການຄວບຄຸມຄຸນນະພາບສາຍໄຟຟ້າຂອງເຮົາ ເລີ່ມຕັ້ງແຕ່ຂັ້ນຕອນ ການອອກແບບຜະລິດຕະພັນ, ການຈັດຫາວັດຖຸດິບ ລວມໄປເຖີງຂັ້ນຕອນສຸດທ້າຍ ຄືການທົດສອບຜະລິດຕະພັນ ສາຍໄຟຟ້າທຸກ Lot ການຜະລິດ ຕ້ອງຜ່ານການທົດສອບຢ່າງເຂັ້ມງວດ ເພືອໃຫ້ຕົງຕາມຂໍ້ກໍານົດກ່ອນທີ່ຈະນໍາສົ່ງເຖີງມືລູກຄ້າ
ເປັນຜູ້ຜະລິດຊັ້ນນໍາໃນອຸດສາຫະກໍາຜະລິດສາຍໄຟຟ້າ ເປັນຄູ່ແຂ່ງ ທີ່ສໍາຄັນໃນສ່ວນແບ່ງຕະຫຼາດ ໃນແຕ່ລະພາກຂອງປະເທດ
ນະໂຍບາຍຄຸນນະພາບ

ເຮົາມຸ່ງໝັ້ນທີ່ຈະຜະລິດ ສາຍໄຟຟ້າ
ທີ່ມີຄຸນນະພາບ

ແລະມີ ການພັດທະນາຢ່າງຕໍ່ເນື່ອງ

ເພື່ອຄວາມພືງພໍໃຈສູງສຸດ
ຂອງລູກຄ້າ
ເພື່ອໃຫ້ບັນລຸນະໂຍບາຍຄຸນນະພາບ ບໍລິສັດຈະປະຕິບັດດັ່ງຕໍ່ໄປນີ້
- ພະນັກງານທັງຫມົດ ຕ້ອງມີສ່ວນຮ່ວມໃນການປັບປຸງລະບົບຄຸນນະພາບ
- ຄວບຄຸມຂະບວນການຜະລິດໃຫ້ໄດ້ຕາມມາດຕະຖານ
- ຈັດສົ່ງສິນຄ້າຖືກຕ້ອງ ຕົງຕາມຄວາມຕ້ອງການຂອງລູກຄ້າ
- ມີການພັດທະນາລະບົບການທຳງານຢ່າງຕໍ່ເນື່ອງ ແລະມີປະສິດທິຜົນ
CEO, ບໍລິສັດ ຜະລິດສາຍໄຟຟ້າວັດທະນາ ຈໍາກັດ